top of page

ກົງສຸນກິດຕິມະສັກລາວ ປະຈຳນະຄອນເດຈອນ

ທ່ານທູດຄຳສວຍ ແກ້ວດາລາວົົງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ສຈ.ດຣ.ໂຈວອນກວານ, ກົງສຸນກິດຕິມະສັກຂອງ ສປປ ລາວ ປະຈຳນະຄອນເດຈອນ, ສ.ເກົາຫລີ, ພ້ອມດ້ວຍຄະນະ. ທ່ານ ສຈ.ດຣ.ໂຈ ຖືກແຕ່ງຕັ້ງຈາກລັດຖະບານລາວ ແລະຖືກຮັບຮູ້ຈາກລັດຖະບານສ.ເກົາຫລີ ນັບຕັ້ງແຕ່ວັນທີ 16 ມັງກອນ 2012 ຈົນມາເຖິງປັດຈຸບັນ. ຜ່ານມາຜູ້ກ່ຽວໄດ້ສ້າງຜົນງານຫລາຍສົມຄວນໃຫ້ແກ່ຂະແຫນງການສຶກສາຂອງສປປ ລາວ, ເປັນຕົ້ນແມ່ນໄດ້ສົມທົບກັບສະຖານທູດລາວທີ່ເຊອູນ ໃນການລະດົມທຶນຊ່ວຍເຫລືອໃນການກໍ່ສ້າງມະຫາວິທະຍາໄລສຸພານຸວົງ ທີ່ແຂວງຫລວງພະບາງ ແລະ ສືບຕໍ່ຍາດແຍ່ງເອົາທຶນການສຶກສາໃຫ້ອາຈານສອນ ຢູ່ມະຫາວິທະຍາໄລສຸພານຸວົງເພື່ອສຶກສາຕໍ່ປະລິນຍາໂທ ຫລື ປະລິນຍາເອກຢູ່ສ.ເກົາຫລີ ຫລາຍສົມຄວນ.


Recent Posts
Archive
bottom of page