top of page

ພິທິມອບ-ຮັບເຄື່ອງຊ່ວຍເຫລືອ ຈາກ ສ.ເກົາຫລີ


ໃນ​​ຕອນ​ບ່າຍວັນ​ທີ 03 ກໍລະກົດ 2017, ທີ່ ສະຖານ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ ສ.​ເກົາຫລີ, ​ໄດ້​ມີການ​ຈັດ​ຕັ້ງ​ພິ​ທີ​ມອບ-ຮັບເຄື່ອງ​ຊ່ວຍ​ເຫລືອເປັນເກີບ​ກິ​ລາ ຈຳ​ນວນ 1.000 ຄູ່, ມູນ​ຄ່າ​ປະ​ມານ 30.000 ໂດ​ລາ ສະ​ຫະ​ລັດ, ຈາກ 4 ອົງ​ການຈັດ​ຕັ້ງ ເຊັ່ນ: ​ ໂຮງ​ຫມໍ ແບັກ ຂອງ ມະ​ຫາ​ວິ​ທະ​ຍາ​ໄລ ອິນ​ເຈ ແຫ່ງ ນະ​ຄອນ​ຫລວງ​ເຊ​ອູນ (Inje University Seoul Paik Hospital), Bluecross Medical Volunteers, Community Chest of Korea ແລະ ​ Unique Union ຂອງ ສ.ເກົາ​ຫລີ ໃຫ້​ແກ່ ສ​ປ​ປ ລາວ. ເຂົ້າ​ຮ່ວມ​ໃນ​ພິ​ທີໂດຍ​ມີ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຄຳ​ສວຍ ​ແກ້ວ​ດາລາ​ວົງ ພ້ອມ​ດ້ວຍ​ພັນ​ລະ​ຍາ, ທ່ານ ຢອມ ໂຮ​ກີ (Yum Ho-kee), ປະ​ທານໂຮງ​ຫມໍ​ມະ​ຫາ​ວິ​ທະ​ຍາ​ໄລ ອິນ​ເຈ ແລະ ທ່ານ​ປະ​ທານ​ຈາກ​ອີກ 3 ອົງ​ການ, ພ້ອມນີ້ຍັງມີ​ທ່ານ ໂອ ມຽງ​ຮ​ວັນ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ເກົາ​ຫລີ-ລາວ, ບັນດາ​ພະນັກງານ​ສະ​ຖານ​ທູດ ແລະ ພະ​ນັກ​ງານ​ຂອງ​ບັນ​ດາ​ອົງ​ການ​, ປະ​ທານ​ສະ​ມາ​ຄົມ​ນັກ​ສຶກ​ສາ​ລາວ ​ແລະ ນັກ​ສຶກສາລາ​ວ ທີ່ ສ.ເກົາ​ຫລີ ຈຳ​ນວນ​ຫນຶ່ງ. ຈຸດ​ປະ​ສົງ​ຂອງ​ການ​ຊ່ວຍ​ເຫລືອ​ດັ່ງ​ກ່າວ​ແມ່ນ​ເພື່ອ​ແນ​ໃສ່​ເພື່ອ​ຊ່ວຍ​ເຫລືອ​ປະ​ຊາ​ຊົນລາວ​ຜູ້​​ຂາດ​ເຂີນ ແລະ ດ້ອຍ​ໂອ​ກາດຢູ່​ເຂດຫ່າງ​ໄກ​ສອກ​ຫລີກ. ຜ່ານ​ມາ​ອົງ​ການ​ຈັດ​ຕັ້ງ​ດັ່ງ​ກ່າວນີ້​ກໍ່​ເຄີຍ​ໄດ້​ໃຫ້​ການ​ຊ່ວຍ​ເຫລືອແກ່​ປະ​ຊາ​ຊົນ​ລາວ​ມາ​ກ່ອນ​ຫນ້ານີ້​ຫລາຍ​ເທື່ອ​ແລ້ວ ແຕ່​ຄັ້ງ​ຜ່ານ​ມາ​ເຄີຍ​ໄດ້​ບໍ​ລິ​ຈາກ​ເຄື່ອງ​ນຸ່ງ ແລະ ເກີບ.

​ໂອ​ກາດ​ດຽວ​ກັນ​ນີ້, ລະ​ຫວ່າງ ສະ​ຖານ​ທູດ​ ແລະ ໂຮງ​ຫມໍດັ່ງ​ກ່າວ ກໍ່ໄດ້​ຮ່ວມ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ເພື່ອ​ຊ່ວຍ​ເຫລືອ​ປິ່ນ​ປົວ​ສຸ​ຂະ​ພາບ​ຂອງ​ພະ​ນັກ​ງານ​ສະ​ຖານ​ທູດ ແລະ ຄົນ​ລາວ​ທີ່​ອາ​ໄສ​ຢູ່ ສ.ເກົາ​ຫລີ ລວມ​ທັງ​ຄົນ​ລາວ​ອື່ນໆ​ທີ່​ທາງ​ສະ​ຖານ​ທູດ​ສະ​ເຫນີ ໃນ​ລາ​ຄາ​ນະ​ໂຍ​ບາຍ ແລະ ຍ່ອມ​ເຍົາ​ເປັນ​ພິ​ເສດ​. ໂຮງ​ຫ​​ມໍມະ​ຫາ​ວິ​ທະ​ຍາ​ໄລ​ດັ່ງ​ກ່າວ ເປັນ​ໂຮງ​ຫມໍ​ທີ່​ມີ​ເຄືອ​ຂ່າຍກວ້າງ​ຂວາງ ມີ​​​ຈຳ​ນວນ 35 ແຫ່ງ​ໃນ​ທົ່ວ​ປະ​ເທດ ສ.ເກົາ​ຫລີ ແລະ ເຄີຍ​ເຊັນ MOU ກັບ ສະ​ຖານ​ທູດ​ຫວຽດ​ນາມ ແລະ ໄຕ​ຫວັນ.

ໃນ​ຕອນ​ທ້າຍ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກໍ່​ໄດ້​ກ່າວ​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ໄດ້​ມອບ​ໃບ​ກຽດ​ຕິ​ຄຸນ​ໃນ​ນາມ​ສະ​ຖານ​ທູດ​ໃຫ້​ແກ່ 4 ອົງ​ການ​ຈັດ​ຕັ້ງ​ດັ່າງ​ກ່າວ.



Recent Posts
Archive
bottom of page