top of page

ທ່ານທູດລາວ ທີ່ ເຊອູນ ເຂົ້າຮ່ວມກອງປະຊຸມສຳມະນາ ວ່າດ້ວຍການຮ່ວມມືດ້ານພະລັງງານ ສ.ເກົາຫລີ-ອາຊີ


ໃນວັນ​ທີ 06 ກໍ​ລະ​ກົດ 2017, ທີ່ ໂຮງ​ແຮມ​ພ​ລາ​ຊາ, ເຊ​ອູນ, ທ່ານ ຄຳ​ສວຍ ແກ້ວ​ດາ​ລາ​ວົງ, ​ເອກ​ອັກ​ຄະ​ລັດ​ຖະ​ທູດວະ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ.ເກົາ​ຫລີ, ໄດ້​​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ ວ່າ​ດ້ວຍ ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ ລະ​ຫວ່າງ ເກົາ​ຫລີ ແລະ ອາ​ຊີ ເຊິ່ງ​ຈັດ​ໂດຍ ກະ​ຊວງ​ການ​ຕ່າງ​ປະ​ເທດ ຂອງ ສ.ເກົາ​ຫລີ, ໂດຍ​ການ​ເຂົ້າ​ຮ່ວມ​ເປີດກອງ​ປະ​ຊຸມ​ຂອງ ທ່ານ ໂຈ ຮຸນ (Cho Hyun), ຮອງ​ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການຕ່າງ​ປະ​ເທດ ສ.ເກົາ​ຫລີ, ເຊິ່ງ​ມີ​ສະ​ມາ​ຊິກ​ສະ​ພາ​ຂອງ ສ.ເກົາ​ຫລີ, ຜູ້​ຕາງ​ຫນ້າ​ຈາກ​ບັນ​ດາ​ສະ​ຖານ​ທູດ, ບັນ​ດາ​ຜູ້​ຕາງ​ຫນ້າ​ບໍ​ລິ​ສັດ​ຕ່າງໆ ແລະ ພະ​ນັກ​ງານ​ທີ່​ກ່ຽວ​ຂ້ອງ​ຂອງ ສ.ເກົາ​ຫລີ ເຂົ້າ​ຮ່ວມ​ປະ​ມານ 200 ທ່ານ. ກອງ​ປະ​ຊຸມ​ຄັ້ງ​ນີ້ ໄດ້​ເຊື້ອ​ເຊີນ​ຜູ້​ບັນ​ຍາຍ​ຈາກ 6 ປະ​ເທດ ຄື: ອິນ​ໂດ​ເນ​ເຊຍ, ຟິ​ລິບ​ປິນ, ຫວຽດ​ນາມ, ຊາ​ອຸ​ດິ ອາ​ຣາ​ບີ, ເລ​ບາ​ນອນ ແລະ ກູ​ເວດ (ປະ​ເທດ​ທີ 7 ແມ່ນ​ປະ​ເທດ​ເຈົ້າ​ພາບ) ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ດ້ານ​ພະ​ລັງ​ງານ​ຈາກ​ພາກ​ລັດ ແລະ ເອ​ກະ​ຊົນ ຂອງ​ບັນ​ດາ​ປະ​ເທດ​ດັ່ງ​ກ່າວ ມາ​ບັນ​ຍາຍ​ກ່ຽວ​ກັບ​ນະ​ໂຍ​ບາຍ ແລະ ການ​ພັດ​ທະ​ນາ​ດ້ານ​ພະ​ລັງ​ງານ​ຂອງ​ປະ​ເທດ​ຕົນ. ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຄຳ​ສວຍ ແກ້ວ​ດາ​ລາ​ວົງ ໄດ້ຖື​ໂອ​ກາດ​ສະ​ເຫນີ​ຂຶ້ນ​ກ່າວ​ໂດຍ​ຫຍໍ້​ກ່ຽວ​ກັບ​ນະ​ໂຍ​ບາຍ ແລະ ການ​ພັດ​ທະ​ນາ​ພະ​ລັງ​ງານ​ຢູ່ ສ​ປ​ປ ລາວ, ໂດຍທ່ານ​ທູດ​ໄດ້​​ແຈ້ງໃຫ້​ຜູ້​ເຂົ້າ​ຮ່ວມ​ໃນ​ທີ່​ປະ​ຊຸມ​ຊາບ ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ຂອງ​ລັດ​ຖະ​ບານ ສ​ປປ ລາວ ໂດຍ​ໄດ້​ເນັ້ນ​ຫນັກ​ທ່າ​ແຮງ​​ຫລັກ​ໃນການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ ແມ່ນ​​ການ​ພັດ​ທະ​ນາ​ໄຟ​ຟ້າພະ​ລັງນ້ຳເປັນ​ຕົ້ນ. ເຊິ່ງ​ປະ​ຈຸ​ບັນ​ລັດ​ຖະ​ບານ​ລາວ​ໄດ້​ມີ​ການ​ຂະ​ຫຍາຍ​ຈຳ​ນວນ​ເຂື່ອນ ແລະ ໄດ້​ເຊື້ອ​ເຊີນ​ໃຫ້​ນັກ​ລົງ​ທຶນ​ຈາກ​ຕ່າງ​ຊາດ​ເຂົ້າ​ໄປ​ລົງ​ຮ່ວມ​ທຶນ​ໃນ​ຂະ​ແຫນງ​ການ​ດັ່ງ​ກ່າວ. ການ​ຂຶ້ນ​ສະ​ເຫນີ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​​ໃຫ້​ຄວາມ​ສົນ​ໃຈ​ຫລາຍ.



Recent Posts
Archive
bottom of page