top of page

ຫນ່ວຍຊາວຫນຸ່ມສະຖານທູດລາວ ທີ່ ເຊອູນ ຈັດກິດຈະກຳຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ

  • Aug 9, 2016
  • 1 min read

ໃນ​ວັນ​ທີ 06 ສິງຫາ 2016, ​ໂດຍ​ພາຍ​ໃຕ້​ການ​ຊີ້​ນຳ​ຂອງ​ຄະນະ​ພັກ-ຄະນະ​ນຳ​ສະຖານທູດ, ຫນ່ວຍ​ຊາວ​ຫນຸ່ມ​ສະຖານທູດລາວທີ່ ​ເຊ​ອູ​ນ ໄດ້​ຈັດກິ​ດຈະ​ກຳກິລາ​ບານ​ເຕະ​ມິດຕະພາບ ​ແລະ ກິດຈະກຳ​ອື່ນໆ​ຂຶ້ນຢູ່ທີ່ສະຫນາມ​ກິລາ ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ເຊ​ອູ​ນ, ​ສ.​ເກົາຫລີ. ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ສະຫາຍ ຄຳ​ສວຍ ​ແກ້ວ​ດາລາ​ວົງ, ​ເລຂາ​ຫນ່ວຍ​ພັກ, ​ເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ ສ.​ເກົາຫລີ ພ້ອມ​ດ້ວຍ​ພັນ​ລະ​ຍາ, ​ທ່ານ ​ໂອ ມຽງ ຮວານ (Mr. Oh Myung-hwan), ປະທານ​ສະມາຄົມ​ມິດຕະພາບ ​ສ.ເກົາຫລີ-ລາວ, ມີ​ແຂກ​ຖືກ​ເຊີນ​, ບັນດາ​ສະມາຊິກຊາວ​ຫນຸ່ມຈາກ​ສະຖານທູດ, ຫ້ອງການ​ການບິນ​ລາວ ທີ່ ​ເຊ​ອູ​ນ ​ແລະ ນັກ​ສຶກສາລາ​ວ ​ທີ່ ສ.​ເກົາຫລີ ​ເຂົ້າ​ຮ່ວມ​ທັງ​ຫມົດ 50 ກວ່າ ສະຫາຍ.

ຈຸດປະສົງ​ຂອງ​ການ​ຈັດ​ກິດຈະກຳ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ​ວັນ​ລັດຖະທຳ​ມະນູນ​ແຫ່ງ​ຊາດ 15 ສິງຫາ, ວັນ​ຍຶດອຳນາດ 23 ສິງຫາ ​ແລະ ​​ເປັນການປະກອບສ່ວນ​​ເຂົ້າ​ໃນ​ຂະ​ບວນການສ້າງຫນ່ວຍ​ພັກ​ແຂງ​ຮູ້​ນຳພາ​ຮອບດ້ານ​ຂອງ​ຫນ່ວຍ​ພັກ​ສະຖານທູດລາວ ທີ່ ​ເຊ​ອູ​ນ. ພ້ອມ​ກັນ​ນັ້ນ ​ກໍ​ເພື່ອເປັນ​ການ​ຮັດ​ແຫນ້ນ​ຄວາມ​ສາມັກຄີ​ພາຍ​ໃນ​ສະມາຊິກ​ຊາວ​ຫນຸ່ມ​ດ້ວຍ​ກັນ, ​ບັນດາ​ກິດຈະກຳແມ່ນ​ດຳ​ເນີນ​ໄປ​ດ້ວຍ​ໄມຕີ​ຈິດ​ມິດຕະພາບ ​ແລະ ​ເບີກບານ​ມ່ວນ​ຊື່ນ.


 
 
 

Comments


Recent Posts
Archive
bottom of page