top of page

ທ່ານທູດລາວ ເຂົ້າຮ່ວມພິທີເປີດງານວາງສະແດງສິລະປະອາຊຽນ

ໃນ​ຕອນ​ເຊົ້າວັນທີ 25 ກໍ​ລະ​ກົດ 2017, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຄຳ​ສວຍ ແກ້ວ​ດາ​ລາ​ວົງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​​ວາງ​ສະ​ແດງສິ​ລະ​ປະອາ​ຊຽນ ປີ 2017 (ASEAN Art Exhibition 2017) ຮ່ວມ​ກັບ​ບັນ​ດາ​ທູດ​ອາ​ຊຽນ ແລະ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ-ເກົາ​ຫລີ ເຊິ່ງຈັດ​ໂດຍ​ສູນ​ອາ​ຊຽນ-ເກົາ​ຫລີ. ງານ​ວາງ​ສະ​ແດງ​ດັ່ງ​ກ່າວນີ້​ແມ່ນ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ ເພື່ອ​ເປັນ​ການເຜີຍ​ແຜ່ ແລະ ໂຄ​ສະ​ນາຜົນ​ງາ​ນ​ຮູບ​ພາບ​ຂອງ​ນັກ​ນັກ​ສິນ​ລະ​ປະ (ນັກ​ແຕ້ມ​ຮູບ) ຂອງ​​ປະ​ເທດອາ​ຊຽນ​ຈຳ​ນວນ 30 ຮູບ, ໂດຍ​ຮ່ວມ​ວາງ​ສະ​ແດງ​ກັບ​ຮູບ​ພາບ​ຈາກ​ປະ​ເທດ​ອື່ນໆ ລວມ​ທັງ ສ.ເກົາ​ຫລີ ຢູ່​ໃນສູນ​ວາງ​ສະ​ແດງ Dongdaemun Design Plaza (DDP) ທີ່ ເຊ​ອູນ. ງານ​ໃນ​ຄັ້ງ​ນີ້​ ຕາງ​ຫນ້າອາ​ຊຽນ​ປະ​ເທດ​ມີ​ພຽງ​ປະ​ເທດ 01 ຄົນ ເຂົ້າ​ຮ່ວມ​ເພື່ອ​ອະ​ທິ​ບາຍກ່ຽວ​ກັບ​ຜົນ​ງານ​ຂອງ​ຕົນ ແລະ ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສິ​ລະ​ປະ ລະ​ຫວ່າງ ​ອາ​ຊຽນ ແລະ ສ.ເກົາ​ຫລີ, ທັງ​ນີ້​ກໍ່​ເພື່ອ​ເປັນ​ການສະ​ເຫລີມ​ສະ​ຫລອງ​ປີ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ອາຊຽ​ນ-ເກົາ​ຫລີ ແລະ ​ອາ​ຊ​ຽນ ຄົບ​ຮອບ 50 ປີ. ສຳ​ລັບ​ຜົນ​ງານ​ຂອງ ສ​ປ​ປ ລາວ ແມ່ນ​ໄດ້ຮັບ​ຄວາມ​ສົນ​ໃຈຫລາຍ​​ຈາກ​ຜູ້​ເຂົ້າ​​ຮ່ວມ​ຊົມ.


Recent Posts
Archive
bottom of page