top of page

ສ.​ເກົາຫລີ ​​ມອບ​ເກີບ​ກິລາໃຫ້ລາວ ເພື່ອນຳໄປຊ່ວຍເຫລືອຜູ້​ທຸກ​ຍາກ​-ຂາດ​ເຂີນ


ສ.​ເກົາຫລີ ​ໄດ້​ມອບເກີບ​ກິລາ ຈຳນວນ 5.010 ຄູ່ ​​ເພື່ອ​ເປັນເຄື່ອງ​ຊ່ວຍ​ເຫລືອໃຫ້​ແກ່​ປະຊາຊົນ​ລາວ​ ຜູ້​ທຸກ​ຍາກ ​ແລະ​ ຂາດ​ເຂີນ ເຊິ່ງພິທີມອບ-ຮັບໄດ້ຈັດຂຶ້ນທີ່ເມືອງບູຊານ ໃນວັນທີ 26 ຕຸລານີ້ ລະຫວ່າງ​ທ່ານ​ຈອງ ​ເຈ ​ໂຢນ (Mr. Cheong Jae Yeol) ຫົວໜ້າ ​ຫ້ອງການ​ພາສີບູຊາ​ນ ​ແລະ ​ທ່ານ​​ ຄຳ​ສວຍ ​ແກ້ວ​ດາລາ​ວົງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສ.​ເກົາຫລີ,​​ມີ​ທ່ານ ​​ໂອມຸງ​ ຮວານ (Oh Myung Hwan) ປະທານ​ສະມາຄົມ​ມິດຕະພາບ ​ເກົາຫລີ-ລາວ​​, ​ພະນັກງານ​ສະຖານທູດ​, ​ບັນດາ​ຫົວໜ້າ​ກົມ ​ແລະ ພະນັກງານ​ຫ້ອງການ​ພາສີ ​ເມືອງ​ບູຊາ​ນ​ເຂົ້າຮ່ວມ.

​ ເກີບ​ຈຳນວນດັ່ງກ່າວ​ແມ່ນ​ສິນຄ້າ​ນຳ​ເຂົ້າຈາກ​ຕ່າງປະ​ເທດທີ່​ຫ້ອງການ​ພາສີ​ເມືອງ​ບູຊາ​ນກວດ​ພົບ ​ແລະ​ ຢຶດໄດ້ຍ້ອນ​ມີ​ການລະ​ເມີດ​ລິຂະ​ສິດນ ຈຶ່ງໄດ້ມອບ​ໃຫ້​ລາວເພື່ອນຳໄປ​ຊ່ວຍ​ເຫລືອ​ປະຊາຊົນ​ຜູ້​ທຸກ​ຍາກ​ຂາດ​ເຂີນ​ໃນ​ເຂດ​ຫ່າງໄກສອກ​ຫລີກ ລວມມີ​ມູນ​ຄ່າ​ທັງ​ໝົດປະມານ 250.000 ​ໂດ​ລາ​ສະຫະລັດ. ​


Recent Posts
Archive
bottom of page