top of page

​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້ໃຫ້​ກຽດ​ຕ້ອນຮັ


ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ​ໄດ້ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ ທ່ານ ຮ່າງຄຽວອານ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ​ເກົາ​ຫລີ ພ້ອມ​ຄະນະ ​ໃນ​ວັນ​ທີ 14 ທັນວາ 2015 ທີ່​ທຳນຽບປະທານ​ປະ​ເທດ ​ໃນ​ໂອກາດ​ທີ່​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງການ ​ແຕ່​ວັນ​ທີ 13-15 ທັນວາ ນີ້.

ທ່ານ​ປະທານ​ປະ​ເທດ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງ​ຕໍ່ ທ່ານ ຮ່າງຄຽວອານ ທີ່​ໄດ້​ນຳ ພາ​ຄະນະ​ເດີນທາງ​ມາ​ຢ້ຽມຢາມ ​​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ຢ່າງ​ເປັນ​ທາງ​ການ ​ໃນ​ຄັ້ງ​ນີ້ ​ເຊິ່ງ​ເປັນ​ການ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ ​ສອງ​ປະ​ເທດ ສປປ ລາວ ​ແລະ ສ ​ເກົາຫລີ ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ຂະຫຍາຍຕົວ​ຍິ່ງໆ​ຂຶ້ນ. ພ້ອມ​ທັງ ສະແດງຄວາມເພິ່ງພໍໃຈຕໍ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການຂະຫຍາຍຕົວ ແລະ ແຕກດອກອອກຜົນຕົວຈິງ ເຊິ່ງສະແດງອອກ ໃນການສືບຕໍ່ແລກ ປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ ອັນໄດ້ສ້າງຄວາມ ເຊື່ອໝັ້ນ ແລະ ເຂົ້າອົກເຂົ້າໃຈກັນໃຫ້ຫລາຍຂຶ້ນກວ່າເກົ່າ, ພ້ອມນີ້ ທ່ານປະທານປະເທດ ໄດ້ກ່າວສະແດງ ຄວາມຂອບໃຈຢ່າງຈິງໃຈ ມາຍັງລັດຖະບານ ແລະ ປະຊາຊົນ ສ ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງ ຍິ່ງວ່າ ສ ເກົາຫລີ ຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ອີກໃນຕໍ່ໜ້າ ເພື່ອໃຫ້ ສປປ ລາວ ສາມາດນຳ ເອົາປະເທດຊາດ ຫລຸດພົ້ນອອກຈາກສະຖານະ ພາບດ້ວຍ ພັດທະນາ ໃນປີ 2020.

ທ່ານ ຮ່າງ ຄຽວ ອານ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານປະທານປະເທດ ແຫ່ງ ສປປ ລາວ ທີ່ໄດ້ສະຫລະເວລາອັນມີຄຸນຄ່າ ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ພ້ອມທັງແຈ້ງໃຫ້ຊາບກ່ຽວ ກັບຈຸດປະສົງຂອງ ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງ​ເປັນ​ທາງ​ການ ໂດຍຕອບສະໜອງ ຕາມຄຳເຊີນຂອງ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ​ໄດ້ລາຍງານຜົນການພົບປະສອງຝ່າຍທີ່ມີຂຶ້ນ ໃນຕອນເຊົ້າ ວັນດຽວກັນ ໃຫ້ປະທານປະເທດໄດ້ຮັບຊາບ. ໃນຕອນບ່າຍວັນດຽວກັນ, ທີ່ສະພາແຫ່ງຊາດ ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ກໍໄດ້ຕ້ອນຮັບ ທ່ານ ຮ່າງ ຄຽວ ອານ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ເກົາຫລີ ພ້ອມດ້ວນຄະນະເຊັ່ນດຽວກັນ.


Recent Posts
Archive
bottom of page